ຫວນ​ຄືນ​ມູນ​ເຊື້ອວັນສ້າງຕັ້ງວາລະສານອະລຸນໃໝ່ຄົບຮອບ40 ປີ

ຫວນ​ຄືນ​ມູນ​ເຊື້ອວັນສ້າງຕັ້ງວາລະສານອະລຸນໃໝ່ຄົບຮອບ40 ປີ

ຫວນ​ຄືນ​ມູນ​ເຊື້ອວັນສ້າງຕັ້ງວາລະສານອະລຸນໃໝ່ຄົບຮອບ40 ປີ
ພິທີຫວນຄືນມູນເຊື້ອວັນສ້າງຕັ້ງວາລະສານອະລຸນໃໝ່ຄົບຮອບ40ປີ(22/3/1985-22/3/2025)ໄດ້ຈັດຂຶ້ນໃນວັນທີ 24 ມີນານີ້ທີ່ສະໂມສອນຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ໝູນແກ້ວ ອໍລະບູນອະດີດ

ກຳມະການສູນກາງພັກອະດີດຫົວໜ້າບັນນາທິການວາລະສານອະລຸນໃໝ່ອະດີດລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ອະດີດເຈົ້າແຂວງວຽງຈັນ; ສະຫາຍ ສາຄອນພົມມະລາດ ກຳມະການຄະນະພັກຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ມີບັນດາອະດີດຮອງຫົວໜ້າຄອສພ; ຫົວໜ້າ, ຮອງຫົວໜ້າ, ຄະນະບັນນາທິການ, ພະນັກງານອາວຸໂສ-ບໍານານ ວາລະສານອະລຸນໃໝ່ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຈັດພິທີດັ່ງກ່າວໂດຍມີຈຸດປະສົງເພື່ອຫວນຄືນມູນເຊື້ອອັນດີງາມ ແລະ ເປັນການສືບທອດ, ເສີມຂະຫຍາຍມູນເຊື້ອຂອງໜັງສືພິມ“ແສງສະຫວ່າງ”ຂອງພັກປະຊາຊົນປະຕິວັດລາວໃນເມື່ອກ່ອນ ຊຶ່ງເປັນຕົ້ນກຳເນີດຂອງວາລະສານອະລຸນໃໝ່,ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ ແລະ ກຳໄດ້ຢ່າງເລິກເຊິ່ງເຖິງຄວາມສຳຄັນຈຳເປັນ, ບົດບາດທີ່ຕັ້ງຂອງວາລະສານອະລຸນໃໝ່ ໃນຖານະເປັນອົງການທິດສະດີແລະ ພຶດຕິກຳຂອງພັກ,ເພື່ອປຸກລະດົມການຮ່ວມມື, ເຕົ້າໂຮມສະຕິປັນຍາ, ຄຳຄິດຄຳເຫັນຈາກບັນດາທ່ານເພື່ອປັບປຸງ-ພັດທະນາວາລະສານອະລຸນໃໝ່ ໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ໃຫ້ສົມກັບເປັນເຄື່ອງມືອັນແຫຼມຄົມຂອງພັກ,ເພື່ອລະນຶກເຖິງຜົນງານ, ຄຸນງາມຄວາມດີ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ອະດີດການນຳ, ພະນັກງານຫຼັກແຫຼ່ງຮຸ່ນກ່ອນຂອງວາລະສານ ແລະ ເພື່ອເປັນການປະກອບສ່ວນເຂົ້າໃນບັ້ນສະເຫຼີມສະຫຼອງ 3 ວັນປະຫວັດສາດໃນປີ 2025 ຊຶ່ງເປັນປີທີ່ມີຄວາມໝາຍຄວາມສຳຄັນສຳລັບທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດແລະ ທົ່ວປວງຊົນລາວທັງຊາດ ໂດຍສະເພາະຕໍ່ກັບວາລະສານອະລຸນໃໝ່ ໃນຖານະວາລະສານທິດສະດີ ແລະພຶດຕິກຳຂອງພັກປະຊາຊົນປະຕິວັດລາວ; ທັງເປັນການປະກອບສ່ວນເຂົ້າໃນການກະກຽມ ແລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ທີ່ຈະມາເຖິງນີ້.

ໃນໂອກາດດັ່ງກ່າວ,ສະຫາຍ ໝູນແກ້ວ ອໍລະບູນໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ,ຕົ້ນກຳເນີດ, ຄວາມສຳຄັນ,ຄວາມຈຳເປັນ,ທີ່ຕັ້ງ,ບົດບາດຂອງວາລະສານອະລຸນໃໝ່ໃນຖານະອົງການທິດສະດີ ແລະ ພຶດຕິກຳຂອງສູນກາງພັກ,ເຮັດໜ້າທີ່ຕົ້ນຕໍໃນການຄົ້ນຄວ້າ-ໂຄສະນາເຜີຍແຜ່ທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກ-ລັດ; ຊີ້ແຈງອະທິບາຍ, ຕອບແກ້-ແນະນຳບັນຫາທີ່ສັງຄົມໃຫ້ຄວາມສົນໃຈຕໍ່ສະຖານະການ, ເຫດການຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈທີ່ຖືກຕ້ອງແກ່ມະຫາຊົນ; ໃນພິທີດັ່ງກ່າວຍັງໄດ້ຮັບຟັງການປະກອບຄຳເຫັນໃນການເຄື່ອນໄຫວວຽກງານວາລະສານໃນຍຸກຂໍ້ມູນຂ່າວສານແລະ ການສື່ສານທີ່ທັນສະໄໝ ຫຼື ໃນຍຸກດີຈີຕອນ ຊຶ່ງບັນດາຄຳເຫັນດັ່ງກ່າວລ້ວນແຕ່ມີຄວາມສໍາຄັນ, ທັງເປັນບົດຮຽນ, ເປັນບັນຫາທີ່ວາລະສານອະລຸນໃໝ່ ກໍຄືພະນັກງານວາລະສານອະລຸນໃໝ່ທຸກຄົນຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າກຳແໜ້ນເພື່ອເປັນທິດທາງໃນການປັບປຸງ-ພັດທະນາວາລະສານ ນັບທັງດ້ານເນື້ອໃນ ແລະຮູບການໃຫ້ກ້າວສູ່ຄຸນນະພາບໃໝ່, ທັນຍຸກທັນສະໄໝ, ສາມາດປະຕິບັດບົດບາດເປັນອົງການທິດສະດີແລະ ພຶດຕິກຳຂອງພັກໄດ້ຢ່າງໜັກແໜ້ນ ເຂັ້ມແຂງ ແລະ ແຂງແຮງ.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນໍາພັກ-ລັດ ສືບຕໍ່ວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ການນໍາພັກ-ລັດ ສືບຕໍ່ວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນຕອນເຊົ້າວັນທີ 10 ສິງຫານີ້ ການນໍາພັກ-ລັດ, ບັນດາອົງການ, ກະຊວງ, ຄອບຄົວການນໍາ, ອະດີດການນຳ ແລະ ພາກສ່ວນຕ່າງໆ ໄດ້ພ້ອມກັນເຂົ້າວາງພວງມາລາ ແລະ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ສຸມໃສ່ 4 ດ້ານ ເພື່ອພັດທະນາສື່ວິທະຍຸກະຈາຍສຽງກອງທັບ

ສຸມໃສ່ 4 ດ້ານ ເພື່ອພັດທະນາສື່ວິທະຍຸກະຈາຍສຽງກອງທັບ

ເນື່ອງໃນໂອກາດ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026), ທ່ານ ພັນຕີ ເຄນໄຊ ພິມບຸນເລີຍ ຮອງພະແນກຂ່າວບົດ ວິທະຍຸກະຈາຍກອງທັບ ໄດ້ສະແດງທັດສະນະຕໍ່ ສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ ວ່າ: ໄດ້ເຕີບໃຫຍ່ຂະຫຍາຍຕົວຄຽງຄູ່ກັບພາລະກິດປະຕິວັດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຄວາມສຳຄັນຂອງສື່ມວນຊົນ, ດ້ານການເມືອງ-ແນວຄິດ ເປັນກະບອກສຽງຂອງພັກ-ລັດ ແລະ ເປັນຂົວຕໍ່ກັບປະຊາຊົນ ເພື່ອໂຄສະນາ, ຜັນຂະຫຍາຍແນວທາງ, ນະໂຍບາຍ ແລະ ກົດໝາຍ, ດ້ານເສດຖະກິດ-ສັງຄົມ, ໃຫ້ຂໍ້ມູນຂ່າວສານ, ເຕັກໂນໂລຊີໃໝ່, ສົ່ງເສີມການທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ການພັດທະນາເສດຖະກິດ, ດ້ານວັດທະນະທຳ-ສຶກສາ: ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ, ຮີດຄອງປະເພນີອັນດີງາມ, ພ້ອມທັງຕໍ່ຕ້ານວັດທະນະທຳທີ່ເປັນບິດເປື່ອນ, ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເປັນເຄື່ອງມືຕອບໂຕ້, ທັດສະນະຜິດປົກກະຕິ, ຂ່າວປອມ (Fake News) ແລະ ການໂຄສະນາບິດເບືອນ ເພື່ອຮັກສາຄວາມສະຫງົບຂອງສັງຄົມ.
ຝຶກອົບຮົມວິຊາຊີບ 4 ສາຂາ ແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ໃຫ້ ປະຊາຊົນ

ຝຶກອົບຮົມວິຊາຊີບ 4 ສາຂາ ແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ໃຫ້ ປະຊາຊົນ

ໃນວັນທີ 10 ສິງຫາ ນີ້, ທີ່ ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ໄດ້ມີພິທີເປີດຊຸດຝຶກອົບຮົມວິຊາຊີບ ໃນຂະແໜງການລ້ຽງໄກ່, ປູກພືດຜັກ, ຕັດຜົມຊາຍ ແລະ ເສີມສວຍ ໃຫ້ແກ່ ນັກຝຶກອົບຮົມກຸ່ມເປົ້າໝາຍຮອບວຽນທີ 2 ຈາກ ເມືອງແບງ ແລະ ເມືອງຮຸນ ເພື່ອແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ແລະ ສ້າງລາຍຮັບທີ່ໝັ້ນຄົງ ໃຫ້ແກ່ ປະຊາຊົນ ໃນທ້ອງຖິ່ນເປັນປະທານຮ່ວມ ໂດຍ ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ຄຳໝັ້ນ ຟອງມະນີ ຜູ້ອຳນວຍການສູນພັດທະນາສີມືແຮງງານ ແຂວງອຸດົມໄຊ, ໂດຍມີບັນດາວິທະຍາກອນ, ນັກສຳມະນາກອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
76 ປີ ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

76 ປີ ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ຕະຫຼອດໄລຍະ 76 ປີ ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ, ຄຸນນະພາບ, ເນື້ອໃນ ແລະ ຮູບການ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ພ້ອມນັ້ນ, ສື່ມວນຊົນ ໄດ້ເຄື່ອນໄຫວເຮັດໜ້າທີ່ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ ແລະ ເປັນເວທີແລກປ່ຽນຂໍ້ມູນຂ່າວສານຂອງປະຊາຊົນບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປະຕິວັດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຝຶກອົບຮົມນັກເດີນສຳຫຼວດ ແລະ ກວດກາຂັ້ນແຂວງ ເພື່ອເກັບກຳຂໍ້ມູນແຮງງານ

ຝຶກອົບຮົມນັກເດີນສຳຫຼວດ ແລະ ກວດກາຂັ້ນແຂວງ ເພື່ອເກັບກຳຂໍ້ມູນແຮງງານ

ເພື່ອສ້າງຖານຂໍ້ມູນສັງຄົມ-ເສດຖະກິດ ໃຫ້ມີຄວາມຖືກຕ້ອງ, ແນ່ນອນ ແລະ ທັນສະໄໝ ຕາມມາດຕະຖານສາກົນ, ໃນວັນທີ 10 ສິງຫາ 2026 ນີ້, ຢູ່ຫ້ອງປະຊຸມ ເຮືອນພັກພູນຊັບ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ມີພິທີເປີດຊຸດຝຶກອົບຮົມນັກເດີນສຳຫຼວດ ແລະ ກວດກາຂັ້ນແຂວງ ຂອງການສຳຫຼວດແຮງງານ ປະຈຳປີ 2026–2027 ຢ່າງເປັນທາງການ.
ສະຫາຍ ໄຊສົມພອນ ພົມວິຫານ ກັບພາລະກິດປະຕິວັດຊາດ

ສະຫາຍ ໄຊສົມພອນ ພົມວິຫານ ກັບພາລະກິດປະຕິວັດຊາດ

ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ຢູ່ທີ່ຕາແສງນາແມວ, ເມືອງວຽງໄຊ, ແຂວງຫົວພັນ ແລະ ໄດ້ເຂົ້າຮ່ວມພັກປະຊາຊົນ ປະຕິວັດລາວ ໃນປີ 1976. ເປັນລູກຊາຍກົກຂອງ ປະທານ ໄກສອນ ພົມວິຫານ ຊຶ່ງເປັນຜູ້ນຳທີ່ດີເດັ່ນຂອງການປະຕິວັດລາວ ແລະ ເປັນຜູ້ວາງຮາກຖານໃຫ້ແກ່ລັດລາວ. ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສືບທອດມູນເຊື້ອປະຕິວັດອັນສະຫງ່າລາສີຂອງຄອບຄົວ ແລະ ໄດ້ເອົາໃຈໃສ່ຢ່າງສະເໝີຕົ້ນສະເໝີປາຍ ໃນການຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດ ລະຫວ່າງ ພັກ, ລັດ ແລະ ປະຊາຊົນ ລາວ ແລະ ຫວຽດນາມ. ໄລຍະທີ່ຍັງມີຊີວິດ ເພິ່ນ ໄດ້ດຳລົງຕຳແໜ່ງເປັນກຳມະການກົມການເມືອງສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ນໍ້າເທີນ 2 ຢຸດການຜະລິດໄຟຟ້າຊົ່ວຄາວ ເພື່ອຢຸດການປ່ອຍນໍ້າລົງສູ່ແມ່ນໍ້າເຊບັ້ງໄຟ

ນໍ້າເທີນ 2 ຢຸດການຜະລິດໄຟຟ້າຊົ່ວຄາວ ເພື່ອຢຸດການປ່ອຍນໍ້າລົງສູ່ແມ່ນໍ້າເຊບັ້ງໄຟ

ກອງປະຊຸມກ່ຽວກັບການຢຸດການປ່ອຍນໍ້າ (ຢຸດການຜະລິດໄຟຟ້າຊົ່ວຄາວ) ຂອງບໍລິສັດໄຟຟ້າ ນໍ້າເທີນ 2 ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ 2026, ທີ່ ບໍລິສັດໄຟຟ້ານໍ້າເທີນ 2 ບ້ານສ້າງແກ້ວ ເມືອງຍົມມະລາດ ແຂວງຄໍາມ່ວນ ໂດຍມີຄະນະກໍາມະການຂັ້ນແຂວງ, ຂັ້ນເມືອງຍົມມະລາດ, ເມືອງມະຫາໄຊ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ເຂົ້າຮ່ວມ.
ສ​ພ​ຂ ຄໍາມ່ວນ ຕິດຕາມສະພາບໄພພິບັດນໍ້າຖ້ວມຢູ່ເມືອງຄູນຄໍາ

ສ​ພ​ຂ ຄໍາມ່ວນ ຕິດຕາມສະພາບໄພພິບັດນໍ້າຖ້ວມຢູ່ເມືອງຄູນຄໍາ

ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ຮອງປະທານສະພາປະຊາຊົນແຂວງ (ສ​ພ​ຂ) ຄໍາມ່ວນ ຮ່ວມກັບຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມສະພາບໄພພິບັດນໍ້າຖ້ວມ ຢູ່ເມືອງຄູນຄໍາ ເມື່ອ​ວັນ​ທີ 8 ສິງ​ຫາ​ຜ່ານ​ມາ ໂດຍມີ ທ່ານ ຄໍາປ່ຽນ ມະນີຄໍາ ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຄູນຄໍາ ພ້ອມ​ຄະ​ນະ​ໃຫ້​ການ​ຕ້ອນ​ຮັບ.
ສາລະວັນ ສໍາເລັດການຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ

ສາລະວັນ ສໍາເລັດການຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ

ຊຸດຝຶກອົບຮົມຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ ໃຫ້ພະນັກງານ ຫ້ອງວ່າການແຂວງ, ພະແນກການ, ອົງການອ້ອມຂ້າງແຂວງ ແລະ ເມືອງ ທົ່ວແຂວງສາລະວັນ ປິດລົງເມື່ອ​ບໍ່​ດົນ​ມາ​ນີ້ ນີ້ ທີ່ ແຂວງສາລະວັນ ໂດຍ​ມີທ່ານ ຈັນເພັງ ສາຍທຳມະວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ; ມີນັກສຳມະກອນ ທີ່ມາຈາກຫ້ອງວ່າການແຂວງ-ເມືອງ, ພະແນກການ ແລະ ອົງການອ້ອມຂ້າງແຂວງ ເຂົ້າຮ່ວມ.
ການນຳແຂວງຫຼວງພະບາງ ຢ້ຽມ​ຢາມບໍ​ລິ​ສັດຊີມັງຫຼວງພະບາງ ຈຽງເກີ ຈໍາກັດ

ການນຳແຂວງຫຼວງພະບາງ ຢ້ຽມ​ຢາມບໍ​ລິ​ສັດຊີມັງຫຼວງພະບາງ ຈຽງເກີ ຈໍາກັດ

ທ່ານ ບຸນເລື່ອມ ມະນີວົງ ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກແຂວງປະທານສະພາປະຊາຊົນ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ໄດ້ຢ້ຽມຢາມ-ເຮັດວຽກ ຢູ່ບໍລິສັດຊີມັງ ຫຼວງພະບາງ ຈຽງເກີ ຈໍາກັດຜູ້ດຽວ ເມື່ອ​ວັນ​ທີ 6 ສິງ​ຫາ​ຜ່ານ​ມາ, ໂຮງ​ງານ​ດັ່ງ​ກ່າວຕັ້ງຢູ່ເຂດພັດທະນານ້ຳຖ້ວມ ເມືອງນໍ້າບາກ, ໂດຍໄດ້ຮັບການຕ້ອນຮັບຈາກ ຜູ້ບໍລິຫານ ແລະພະນັກງານພາຍໃນໂຮງງານ.
ເພີ່ມເຕີມ